ບົດຄວາມທັມມະ » ບຸນພຣະເວສ (ເວດ)

ບຸນພຣະເວສ (ເວດ)

3 ເດືອນມີນາ 2018
6171   0

ບຸນພຣະເວສ (ເວດ)

ອ້າງອີງຈາກ : ໜັງສືມໍຣະດົກວັດທະນະທັມລາວລ້ານຊ້າງ

ເມື່ີອເຖິງເດືອນສີ່ເຮັດບຸນພຣະເວດເປັນຣະດູການທີ່ມີດອກໄມ້ຕາມທົ່ງໄຮທົ່ງນາ ແລະ ແຄມປ່າ ບານເຮື່ອເຮືອງ ເຊັ່ນ ດອກຄູນ ດອກມັນປ່າ ດອກລຳດວນ ດອກຊາຍເຫີນ ຕາມປົກກະຕິຝົນຈະຕົກລົງມາດ້ວຍຝູງໝູ່ຈັກຈັ່ນຮ້ອງສົ່ງສຽງ ເຣໄຣ ມີການຂັບລຳ ຝູງໝູ່ບ່າວສາວວ່າ ຫອມດອກຈິກມາວັ່ງໆ ຫອມດອກຮັງມາວອນໆ ຫອມດອກຊ້ອນ ຄືສິຂ້ອນໃສ່ກັນ ຟັງແລ້ວສຽງມ່ວນອໍລະຊອນ ບຸນທີ່ມີການເທສນ໌ພຣະເວສ (ເວດ) ຫລື ມະຫາຊາຕິ ເອີ້ນວ່າບຸນພຣະເວສ ໜັງສືເວສສັນຕະຣະຊາດົກ ເປັນໜັງສືຊາດົກທີ່ສະແດງ ຈະຣິຍາວັດຂອງພຣະພຸດທະເຈົ້າ ຄາວພຣະອົງຄ໌ສະເວີຍພຣະຊາຕິເປັນເວສສັນດອນ ເປັນໜັງສືເຣື່ອງຍາວມີ 14 ຜູກ ບຸນພຣະເວສສັນດອນ ກຳໜົດເຮັດໃນເດືອນສີ່ ຈຶ່ງເອີ້ນຊື່ອີກຢ່າງໜຶ່ງວ່າ ບຸນເດືອນສີ່.

ມຸນເຫດ: ແຫ່ງການເຮັດ ມີເຣື່ອງກ່າວໄວ້ໃນໜັງສືເທສນ໌ ມາໄລໝື່ນ ມາໄລແສນ ວ່າ ຄັ້ງໜຶ່ງພຣະມະຫາເຖຣະໄດ້ຂື້ນໄປໄຫວ້ພຣະທາຕຸ ເກສແກ້ວຈຸລະມະນີ ເທິ່ງສວັຣຄ໌ (ສວັນ) ຊັ້ນດາວະດຶງໄດ້ໄປພົບ ແລະ ສົນທະນາກັບພຣະສີອະຣິຍະເມຕໄຕຍ໌ໂພທິສັຕຣ໌ ຜູ້ຊຶງຈະມາເປັນພຣະພຸດທະເຈົ້າໃນອະນາຄົດ ເມື່ອພຣະສຣີອະຣິຍະເມຕໄຕຍ໌ ໄດ້ຊາບຄວາມປາຖນາຂອງມະນຸດຈາກພຣະມາໄລແລ້ວ ຈຶ່ງສັ່ງຄວາມມາກັບພຣະມາໄລວ່າ ຖ້າມະນຸດຕ້ອງການພົບ ແລະ ຮ່ວມເກີດກັບທ່ານຈົ່ງຢ່າຂ້າຕີບີໂບຍພໍ່ແມ່ ແລະ ສະມະນະ ພຣາມມະນາຈານ ຢ່າທຳຮ້າຍພຣະພຸດທະເຈົ້າ ແລະ ຍຸຍົງໃຫ້ພຣະສົງຄ໌ແຕກແຍກກັນໃຫ້ຕັ້ງໃຈຟັງມະຫາເວດໃຫ້່ຈົບໃນມື້ໜຶງວັນດຽວ ແລ້ວນຳເອົາຂໍ້ວັດປະຕິບັດ ຫລື ຈະຣິຍະວັດອັນມີໃນ ລຳພຣະເວສນັ້ນໄປໃຊ້ໃຫ້ຖືກຕ້ອງເໝາະສົມກັບກາລະເທສະ ໃນການດຳເນີນຊີວິດຂອງຕົນ ຖ້າວ່າປະຕິບັດໄດ້ດັ່ງນີ້ ຜຸ້ນັ້ນຈະເກີດຮ່ວມ ແລະ ເຫັນໜ້າພຣະສີອະຮິຍະເມຕໄຕຍ໌.  ພຣະມະຫາໄລເຖຣະ ເມື່່ອໄດ້ຟັງດັ່ງນັ້ນແລ້ວ ກໍໄດ້ເອົາຂ່າວສານນັ້ນມາບອກແກ່ຊາວມະນຸດໂລກ ສະນັ້ນຊາວພຸດທະທັງຫລາຍປາຖນາຈະໄດ້ພົບເຫັນພຣະສີອະຣິຍະເມຕໄຕຍ໌ ອາໄສເຫຕຸນີ້ຈຶ່ງໄດ້ພາກັນເອົາບຸນມະຫາຊາຕິ ເປັນປະຈຳທຸກປີສືບຕໍ່ມາຈົນເທົ້າທຸກວັນນີ້.

ວິທີເຮັດ: ວັດໃດຈະເຮັດບຸນພຣະເວດ ພຣະສົງຄ໌ຈັດໜັງສືອອກເປັນກັນ ກະໃຫ້ພໍດີກັບຈຳນວນພຣະເນນໃນວັດແລະຈຳນວນພຣະທີ່ນິມົນຕ໌ມາຈາກວັດຕ່າງໆ ເມື່ອແບ່ງໜງສືແລ້ວກໍແບ່ງເຮືອນທີ່ຈະຮັບກັນເທສນ໌ ແລະ ຮັບພຣະພິຂຸພ້ອມທັງຍາດໂຍດທີ່່ມາໃນງານ ແລ້ວໃຫ້ເຈົ້າສັດທານຳໜັງສືໄປໃສ່ ການໄປໃສ່ໜັງສືມີສລາກນິມົນຕ໌ນັ້ນ ທ່ານຈະນິຍົມຂຽນເປັນອັກສອນທັມໃສ່ໃນໃບລານ ຫລື ເຈ້ຍຕາມແຕ່ຈະຫາໄດ້.

ສລາກນິມົນຕ໌ວ່າ

ວຸທິທັມຄໍາຝູງຂ້າທັງຫລາຍ ພາຍໃນມີອາດຍາທັມເປັນເຄົ້່າ ພາຍນອກມີອາດຍາສິດ ເປັນປະທານ ພ້ອມດ້ວຍອຸບາສົກ ອຸບາສິກາທັງຫລາຍໄດພ້ອມກັນຈັດຕັ້ງບຸນມະຫາຊາຕິ      ຂື້ນທີ່່ວັດ……ບ້ານ……ເມືອງ……ແຂວງ……ໃນວັນ……ຄ່ຳ ເດືອນ……ເປັນມື້ໂຮມ   ມີການບວດນາກ ແລະ ຫົດສົງໃນວັນ……ຄ່ຳ ເປັນວັນຟັງທັມມະເທສນາ ຂໍນິມົນຕ໌ອາດຍາທັມໄປເທສນາໂປຣດອອກຕົນຍາດໂຍດ ແລະ ບອກປ່າວຍາຕິໂຍດບ້ານນີ້ ໄປຮ່ວມເຮັດບຸນນຳຝຸງຂ້າທັງຫລາຍດ້ວຍເຖີ້ນ.

ເອົາສລາກນີ້້ກັບໜັງສືເທສນ໌ໄປນິມົນຕ໌ພຣະສົງຄ໌ ເຖິ່ງວັນບຸນເພີ່ນຈະພາຍາຕິໂຍດເພິ່ນມາ ການຕ້ອນຮັບແລະ ການລ້ຽງດູພຣະສົງຄ໌  ແລະ ຍາດຕິໂຍດທີ່ມາໃນງານບຸນເປັນໜ້າທີ່່ຂອງເຈົ້າສັດທາທີໄປນິມົນຕ໌ ຖ້າກຸດຈິວິຫາຣບໍ່ພຽງພໍ  ກໍຂະປຸກປະຣຳໃນເດີ່່ນວັດຈັດແບ່ງກັນເປັນບ່ອນໆ. ເພື່ອຕ່ອນຮັບພຣະສົງຄ໌ ອອກຕົນຍາດໂຍດບ້ານຕ່າງໆທີ່ມາຮ່ວມເອົາບຸນ ການລ້ຽງດູ ຄ້ຳຍໍ ກໍແບ່ງກັນເປັນໜ່ວຍຕາມແຕ່ໃຜຈະຖືກບ້ານໃດ.

ເມື່່່ອເຖິ່ງວັນຮວມ  ຍາດໂຍມພາຍໃນບ້ານກໍຈະມາຮ່ວມກັນທີ່ສາລາໂຮງທັມ ເພື່່ອຈັດຕຽມເຄື່ຶອງສັກກາຣະ ມີ ເຂົ້າຕອກດອກໄມ້ ທູບທຽນ ມີທຸງທີວ ທຸງແຜ່ນຜ້າ ທຸງຊໍ ທຸງໄຊ ຂັນໝາກເບັງ ທຽນບູຊາ ຄາຖາຟັນ ຢ່າງລະພັນ ທຸງໃຫຍ່ 7 ອັນ ປັກໄວ້ໃນທິດທັງ 8 ຮອບສາລາໂຮງທັມ ຕັ້ງໝໍ້ນ້ຳມົນຕ໌ 4 ໜ່ວຍ ແລ້ວປຸກຫໍອຸປະຄຸດຂື້ນທາງທິດຕາເວັນອອກສາລາໂຮງທັມ.

ຫໍອຸປະຄຸດນັ້ນ:

ໃຊ້ເສົາໄມ້ໄຜ່ 4 ເສົາປຸກໃຫ້ສູງພຽງຕາ ເອົາຜ້າຂັດແຕະແອ້ມ 3 ດ້ານ ເອົາບາຕຣ, ຈ້ອງ, ກະໂຖນ, ການ້ຳ, ຈີວອນ,  ໄມ້ເທົ້າເຫລັກໃສ່ໄວ້ໃນຫໍ ເວລາບ່າຍ 3 ໂມງ ຈັດເຄື່ອງສັກກາຣະຂັນ 5 ໄປເຊີນເອົາພຣະອຸປະຄຸດມາຢູ່ຫໍສົມມຸຕິວ່າທ່ານອາໄສຢູ່ແມ່ນ້ຳ ຫວ້ຍໜອງ ຫລື ທີ່ໃດທີ່ໜຶ່ງໃກ້ກັບວັດນັ້ນ.

ມູນເຫຕຸຂອງພຣະອຸປະຄຸດ

ເຣື່ອງເດີມມີວ່າ ພຣະອຸປະຄຸດເປັນພຣະຜູ້ມີລິດນິຣະມິດກຸຕິຢູ່ກາງ ແມ່ນ້ຳມະຫາສະມຸດ ຄັ້ງພະເຈົ້າອະໂສກມະຫາຣາຊະ ຮວບຮວມພຣະບຣົມທາຕຸຂອງພຣະພຸດທະເຈົ້າຈາກທີ່ຕ່າງໆ ມາບັນຈຸໄວ້ໃນສະຖູບທີ່ພຣະອົງຄ໌ສ້າງໃໝ່ສຳເຣັດແລ້ວຈະເຮັດການສລອງ ຈຶ່ງຊົງປະຣິວິຕົກ ເຖິງມາຣຜູ້ເຕີຍເປັນສັຕຣູຄູ່ເວຣຂອງພຣະພຸດທະເຈົ້າ ຈຶ່ງຮັບສັ່ງໃຫ້ໄປນິມົນຕ໌ພຣະອຸປະຄຸດມາໃນພິທີ ເມື່ອມາຣຮູ້ວ່າພະເຈົ້າອະໂສກຈະສລອງເຈດີຍ໌ ກໍມາສະແດງອິດທິລິດໂຕ້ຕອບກັບພຣະເຖຣະ ຄັ້ງສຸດທ້າຍພຣະເຖຣະນິຣະມິດໜັງສຸນັກເນົ່າຜູກແຂວນຄໍມາຣໄວ້ ມາຣແກ້ເອງ ແລະ ໃຫ້ຜູ້ມີລິດຊ່ວຍແກ້ກໍແກ້ບໍ່ໄດ້ມາຣຈຶ່ງຍອມ ພຣະເຖຣະແກ້ໜັງສຸນັກເນົ່າອອກແລ້ວ ໃຫ້ເອົາຕົວໄປກັກໄວ້ເທິງຍອດພູ ກາຣສລອງເຈດີຍ໌ຂອງພະເຈົ້າອະໂສກຈຶ່ງປອດໄພ ອາໄສເຫຕຸນີ້ໃນງານບຸນພຣະເວດທຸກໆງານບຸນ ຈຶ່ງນິຍົມເຊີນພຣະອຸປະຄຸດມາເພື່ອປ້ອງກັນມາຣ.

ຄຳອາຣາທະນາ ພຣະອຸປະຄຸດເວລາເຮັດບຸນພຣະເວດ.

ອຸກາສະ ອຸກາສະ ຝູງຂ້າທັງຫລາຍ ພາຍໃນມີພຣະສັງຄ໌ເປັນເຄົ້າ ພາຍນອກມີອອກຕົນຍາດໂຍມເປັນປະທານ ພາກັນຈັດເຄື່ອງສັກກາຣະບູຊາມາຂາບໄຫວ້ ແກ່ພຣະຍອດໄທ້ອຸປະຄຸດຕະເຖນຕົນມີຮິດທີ່ອົງຄ໌ອາດ ນິຣະມິດຜາສາດແກ້ວກະດີ ຢູ່ກາງນະທີແມ່ນ້ຳໃຫຍ່ມັກໄຄ່ດ້ວຍພຣົມມະຈາຣີ ຢູ່ສຸກຂີ່ບໍ່ໂສກເສົ້າ ບັນທັດນີ້ພວກຂ້ານ້ອຍທັງຫລາຍ ຈະພ້ອມກັນຟັງທັມມະຫາເວດ ໃນຂ່ວງເຂດອາຣາມຕຶ່ງມາຂໍອາຣທະນາອັງເຊີນເຈົ້າກູຕົນທະຣົງຄຸນຄາມເຫລືອຫລາກ ເປັນອາດຜາບແພ້ແກ່ຜີໃນຈັກກະວານ ຂໍຈົ່ງມາຜາບມາຣທັງ 5 ອັນຈະມາບຽດບຽນຝູງຂ້າທັງຫລາຍ ໃຫ້ຫາຍໂພຍໄພອົນຕາຍທຸກສ້ຳ ພ້ອມພຳຖ້ວນທຸກປະການເທີ້ນ.

ພໍວ່າຄໍາເຊີນຈົບແລ້ວ ກໍຕີຄ້ອງຮ້ອງປ່າວ ຖືບາດ ຜ້າໄຕຣຈີວອນ ຂັນ 5 ແຫ່ມາວຽນຫໍອຸປະຄຸດ 3 ຮອບແລ້ວ ເອົາສິ່ງຂອງວາງໄວ້ໃນຫໍອຸປະຄຸດນັ້ນ ເວລາຈັງຫັນເພນຈັດອາຫານຫວານຄາວ ໄປຖວານເພິ່ນຕາມປະເພນີ.

ພິທີແຫ່ພຣະເວດເຂົ້າເມືອງ:

ເມື່ອໄດ້ເວລາບ່າຍ 3 ໂມງ ທາງວັດຈະຕີກອງໂຮມພຣະສົງຄ໌ ແລະ ຍາຕິໂຍມຈະໄປໂຮມກັນທີ່ວັດຈັດເອົາຄ້ອງ ກອງ ແລະ ທັມມາດ ພຣະພຸດທະຮູບ ຂັນ 5 ໝາກເບັງ 1 ຄູ່ ໂຕຊ້າງ ໂຕມ້າ (ທີ່ສານດ້ວຍໄມ້ໄຜ່ ແລ້ວເອົາຜ້າຂາວຫຸ້ມໂຕຊ້າງ-ມ້າ) ແຫ່ໄປທີ່ແຄມປ່າໃກ້ບ້ານ ເມື່ອເຖິງເວລາແລ້ວຫົວໜ້າພາກັນໄຫວ້ພຣະຮັບສິລ ແລ້ວກ່າວຄຳເຊີນພຣະເວດສັນດອນເຂົ້າເມືອງ ຈົບແລ້ວກໍແຫ່ແຫນຕີຄ້ອງ ຕີກອງ ຫາມພຣະພຸດທະຮູບ ແລະ ພຣະສົງຄ໌ອອກກ່ອນ ຂບວນແຫ່ເປັນການສະນຸກຄຶກຄື້ນຫລາຍ ເມ່ອມາເຖິງສາລາໂຮງທັມກໍແຫ່ອ້ອມສາລາໂຮງທັມ 3 ຮອບ ແລ້ວນຳດອກໄມ້ໄປບູຊາ ວາງໄວ້ຂ້າງທັມມາດ.

ພິທີລົງວັດ: ພໍກິນເຂົ້າແລງແລ້ວທາງວັດຈະຕີກອງໂຮມ ຕອນນີ້ພຣະສົງຄ໌ ແລະ ຍາຕິໂຍມທີ່ມາວັດພ້ອມພຽງກັນໄຫວ້ພຣະສູດມົນຕ໌ຈົບແລ້ວ ຍາຕິໂຍມອາຣາທະນາສິລ ຮັບສິລແລ້ວ ອາຣາທະນາເທສນ໌ມີການສູດໄຊນ້ອຍໄຊໃຫຍ່ ເທດບັ້ນຕົ້ນໂພທິສັດ ອິຕິປິໂສວະຕະໂສ ມາໄລໝື່ນມາໄລແສນ ຈົບແລ້ວຄາຣະວະຮັບພອນ ແລ້ວກໍມີການຄົົົົບງັນມ່ວນຊື່ນກັນຕາມປະເພນີ.

ພິທີແຫ່ເຂົ້າພັນກ້ອນ ເຂົ້າໜຽວປັ້ນເປັນກ້ອນນ້ອຍໆເຮັດສຽບໄມ້ກະໃຫ້ໄດ້ 1000 ກ້ອນ ເພື່ອເອົາບູຊາຄາຖາພັນ ເອີ້ນວ່າເຂົ້າພັນກ້ອນ ເມື່ອໄດ້ເວລາ 4 ໂມງເຊົ້າ ກໍຈັດການແຫ່ເຂົ້າພັນກ້ອນ.

ຄຳບູຊາເຂົ້າພັນກ້ອນ:

ການແຫ່ເຂົ້າພັນກ້ອນ ແຫ່ອ້ອມສາລາໂຮງທັມ ມີຫົວໜ້າພາວ່າຄຳບູຊາ ພວກລູກນ້ອງວ່າຕາມ ດັ່ງຕໍ່ໄປນີ້

ນະໂມນະໄມ ຈອມໄຕຣປິດົກ ພຣະຍົກອອກມາເທສນາ ໃນທັມມະຫາເວດ ວິເສດນານາ ເຮົາພ້ອມກັນຫາຍັງຂັນໝາກເບັງງາມສະພາດ ເຂົ້າພັນກ້ອນດວງອາດບູຊາ ຊາເຮົາຊາສາມດວງຍອດແກ້ວເຮົາຊາຮອດເຂດແລ້ວເຮົາພ້ອມກັນຖວາຍອາດບູຊາ ສາທຸ.

        ວ່າດັ່ງນີ້ ຈົບຄົບສາມຮອບແລ້ວຂື້ນໄປຫໍແຈກ ແລ້ວພາກັນໄຫວ້ພຣະອາຣາທະນາສິລ 5 ຫລື ສີລອຸໂປສົດ, ອາຣາທະນາເທດມະຫາເວດໂດຍສະເພາະ, ເພາະການເຮັດບຸນພຣະເວດ ຖືເປັນປະເພນີທີ່ສຳຄັນທີ່ສຸດ.

ຄຳອາຣາທະນາພຣະເວດ

ສັກເຄກາເມຈະ…ຕໍ່ໄປຈົນຈົບ

ສຸນັນຕຸ ໂພນໂຕ ເຍ ເທວາ ສັງຄາ ສະມາຄະຕາ ດູຣາເທບພະເຈົ້າທັງຫລາຍຝູງຢາຍຢັ້ງຢູ່ທຸກໝູ່ໄມ້ໄພພະນອມ ທຸກເຫວຮອມຮາວປ່າ ທຸກປະເທດທ່າຮາວເຂົາ ທຸກແຖວເຖົາເຖື່ອນຖ້ຳ  ທຸກທ່ານ້ຳ ແລະ ວັງປາ ພັນຣະນາຝູງເຜດ ແລະ ຜີ ອັນມີໃຈໂຫດຮ້າຍໂທສາ ໃຫ້ເຈົ້າທັງຫລາຍປະລະເສັຍຍັງໃຈບາບ ໃຫ້ຄ່ອຍໂທພາບ   ງ່ຽງຫູຟັງທັມເດົາດາຈື່ຈຳໄວ້ ເປັນປະທີບຊ່ອງໄຕຕາມທາງ ຝູງໝູ່ເທວະດາທັງຫລາຍອັນຮັກສາວັດວາ ແລະ ປະເທດ ທາງເຂດໃຕ້ຮອດຫລີ່ຜີ ທາງເໜືອມີຜາໄດຜາດ່າງ ທາງຂ້າຍຊ້າຍກຸງສີອະຍຸດທະຍາ ທາງຝ່າຍເຂດເໜືອມີແດນແກວເປັນເຂດ ທຸກປະເທດດ້າວອັນຢູ່ຫ້ອງພຣະສຸທາກັບທັງນາງທໍຣະນີຈຳຈືນ້ຳເປັນຜູ້ຄ້ຳຝູງໝູ່ປານາ ຝູງໝູ່ເທວະດາເຈົ້າທັງຫລາຍພານບົນມີພຣະຍາອິນ ພຣະຍາພຣົມຈົ່ງລົງມາໂມທະນາ ຊຶ່ງທັມອັນຝູງຂ້າທັງຫລາຍ (ພາຍໃນມີມະຣາຊະຄຣູເປັ້ນເຄົ້າ ພາຍນອອກມີມະຫາຣາຊຕົນເປັນອາດ ໃນເມືອງແກ້ວຣາຊຈັນທະບຸຣີ ກັບທັງເມັຍມິ່ງລູກແກ້ວກິ່ງສາຍາກັບທັງ ຣາຊທິດາມາຣດາພໍ່ແມ່ ເຖົ້າແກ່ພ້ອມກັນມາທັງຣາຊາ ແລະ ອຸປະຣາຊ ທັງນັກປຣາດ ແລະ ອາຈານ ເນຄະມາ ຊາວນິຄົມບ້ານນອກ ອັນຢູ່ຂອກເມືອງແກ້ວຣາຊຈັນທະບຸຣີ) ຊ່ວນກັນມາພ້ອມແພງແຕ່ງເຄື່ອງໄຫວ້ບູຊາ ສະຫັດສະຫລາຍມີມາກດອກອຸບົນຫລາກພໍພັນ ບົວແດງບານໄຂ່ກາບດອກຜັກ ຕົບອາດຂຽວມິນ ດອກກາງຂອງຫລາຍບໍ່ນ້ອຍ ພັນນຶ່ງຄ່ອຍຂົນຂວາຍ ຊໍທຸງຢາຍສະພາດ ເຂົ້າພັນກ້ອນອາດບູຊາ.

ບັດທັດນີ້  ຂ້າຈັກແຈກຄາຖາເວດສັນຕະຣະຊາດົກ ເປັນຄາຖາພັນ ຜີຈັກແບ່ງເປັນກັນໄດ້ 13 ກັນ ພັນນະນາ ໃນທັດສະພອນກັນເຄົ້າມີ 19 ພຣະຄາຖາ ຂ້າຂັກແບ່ງບູຊາແລສິ່ງແລສິບເກົ້າ ຂູຊາກັນເຄົ້າຊື່ວ່າ ທັດສະພອນ, ຫິມມະພານ ກັນຖ້ວນ 2 ມີຄາຖາ 134 ພຣະຄາຖາ ເຄື່່ອງບູຊາຖວາຍໄວ້. ທານະຂັນກັນຖ້ວນ 3 ມີຄາຖາຫລາຍ 209 ຍໍເຄື່ອງຮ້ອຍບູຊາ, ວະນະປະເວດກັນຖ້ວນ 4 ມີ 57 ພຣະຄາຖາ ເຄື່່ອງບູຊາແບ່ງໄວ້,ຊູຊົກກັນຖ້ວນ 5 ມີ 79 ພຣະຄາຖາ ເຄື່ອງບູຊາບໍຂາດບໍຕົກ, ຈຸລະພົນກັນຖ້ວນ 6 ມີ 35 ພຣະຄາຖາ ເຄື່ອງບູຊາຈັດແຈ່ງໄວ້, ມະຫາພົລກັນຖ້ວນ 7 ມີ 80 ພຣະຄາຖາ ເຄື່ອງບູຊາມີໄວ້, ກຸມມານກັນຖ້ວນ 8 ມີ100 ພຣະຄາຖາ ເຄື່ອງບູຊາຄົບຖ້ວນ, ມະທີກັນຖ້ວນ 9 ມີ 90 ພຣະຄາຖາ ເຄື່ອງບູຊາແບ່ງໄວ້ສູ່ອັນ, ສັກກະບັນກັນຖ້ວນ 10 ມີ 43 ພຣະຄາຖາ ເຄື່ອງບູຊາຕົກແຕ່ງໄວ້, ມະຫາຣາຊກັນທີ 11 ມີ 69 ພຣະຄາຖາ ເຄື່ອງບູຊາສະພາດງາມດີ, ສັກຂັດຕິກັນຖ້ວນ 12 ມີ 36 ພຣະຄາຖາ ເຄື່ອງບູຊາບໍນ້ອຍ, ນະຄອນກັນຖ້ວນ 13 ມີ 49 ພຣະຄາຖາ ເຄື່ອງບູຊາແຕ່ງຖ້ວນ ແຕ່ງເຄື່ອງລ້ວນບູຊາ ແລ້ວຈຶ່ງເຊີນມາຍັງເທວະດາທຸກເພດ ໃຫ້ມາຟັງຍັງທັມມະເທສນາ.

ບັດທັດນີ້້  ຝູງຂ້າທັງຫລາຍຂໍອະຣາທະນາພຣະຜູ້ເປັນເຈົ້າຕົນວິເສດ ຂຶ້້ນເທສນາມະຫາເວດສັນຕະຣະຊາດົກ ອັນພຣະທັມມະສັງຄາຫາກາຈານເຈົ້າຍົກມາເທສນາວ່າ ອະທິກັນລະຍານັງ ມັດເຊກັນລະຍານັງ  ປະຣິໂຍສານະກັນລະຍານັງ ສາດຖັງ ສພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸດທັງ ພຣົມມະຈະຣິຍັງ ປະກາເສຖະໂນ ໂອກາສະ ອະຣາທະນັງ ກະໂຣມະ.

ການອະຣາທະນາເທສນ໌ພຣະເວດນັ້ນ ຖ້າບໍຕ້ອງການວ່າຍາວ ຈະວ່າບົດສັ້ນໆກໍໄດ້ວ່າບົດ ອາທິກັນລະຍານັງ ມັດເຊກັນລະຍານັງ ປະຣິະໂຍສານະກັນລະຍານັງ ສາດຖັງ ສະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸດຖັງ ພຣົມມະຈາຣິຍັງ ປະກາເສຖະໂນ ໂອກາສະ ອາຣາທະນັງ ກະໂຣມະ. ເທົ່ານີ້ກໍໄດ້ແລ້ວ ພຣະສົງຄ໌ເພິ່ນຈະເຣີ່ມເທສນ໌ສັງກາດ ຄື ພັນນະນາອາຍຸກາລຂອງພຣະພຸດທະສາສະນາ ເຣີ່ມຕົ້ນໄປຈົນເຖິງອັນຕະຣະທານ ການເທສນ໌ພະເວດບໍມີເວລາພັກໃນຣະຫວ່າງ ແມ່ນຈຈະເປັນເວລາສັນເຊົ້າ ສັນເພນກໍເທສນ໌ ໄປເລື້ອຍໆຈວນຈະເຖິງເວລາເພນ ຍາຕິໂຍມຈະຈັດເທດຄົນລະກັນໄປຮ່ວມກັນຢູ່ທີ່ວັດ ແລ້ວແຫ່ອ້ອມສາລາໂຮງທັມ ນຳໄປຖວາຍພຣະເນນທີ່ຕົນນິມົນຕ໌ມາ ເວລາບ່າຍໂມງ ຈະມີບ້ານໃກ້ເຮືອນຄຽງແຫ່ກັນຫລອນມາຖືກອົງຄ໌ໃດເທສນ໌ ຈະຖວາຍອົງຄ໌ນັ້ນ ການເທສນ໌ຈະຈົບໄປຢ່າງຊ້າ 6 ໂມງແລງ ເມື່ອຈົບແລ້ວຈັດຂັນດອກໄມ້ວ່າຄຳຄາຣາວະຫລວງດັ່ງຕໍ່ໄປນີ້:

ຄຳຄາຣາວະຫລວງ:

ໂອກາສະ ໂອກາສະ ຝູງຂ້າທັງຫລາຍ ທັງຍິງຊາຍ ແລະ ນົງທ່າວ ຝູງບ່າວ ແລະ ຝູງສາວ ທັງລຸງອາວ ແລະ ພໍ່ແມ່ ເຖົ້າແກ່ ແລະ ລຸງຕາ ທັງທ້າວພະຍາເສນາ ແລະ ອາມາດ ທັງນັກປຣາດ ແລະ ປຸໂຣຫິດ ທັງບັນດິດ ແລະຊາວເມື່ອງ ມີສັດທາເຮື່ອງພ່ຳພ້ອມ ໃຈອ່ອນນ້ອມໃນພຣະທັມ ບາງຜ່ອງມີເງິນຄຳຕາມແຈ່ໄດ້ ບາງຜ່ອງມີດອກໄມ້ ແລະ ເຜິ້ງທຽນໃຈສະຖຽນຊົມຊື່ນຍໍຍື່ນພ້ອມກັນມາມີຄິລາ ແລະ ໝຽງໝາກຫລາຍຫລາກພ້ອມອາຫານ ມີຂອງຫວານເປັນເຄົ້າ ຄື່ວ່າ ເຂົ້າຕົ້ມ ແລະ ເຂົ້າໜົມ ເຂົ້າມັດທຸປາຍາດ ແລະ ເຂົ້າມັນສັບພະສັນປີ້ງຈີ ໝົກໝອກໝີ່ແກມແກງ ເປັນຂອງແພງອັນປະນີດແຊບຊ້ອຍຊີດເພິ່ງໃຈ  ຕາມໃຈໃສຕົກແຕ່ງພ້ອມກັນແລ້ວຈຶ່ງນຳມາ ຖວາຍບູຊາເຄນແຈກພຣະແກ້ວເຈົ້າທັງສາມ ໃນອາຣາມຂ່ວງເຂດ ຖວາຍແກ່ເຈົ້າຕໄນກູວິເສດກໍຫາກແລ້ວບໍຣະບວນ.

ບັດທັດນີ້  ຝູງຂ້າທັງງຫລາຍປະມວນມາຍັງເຄື່ອງບູຊາ 2 ປະການ ຄື ບູຊາພາຍໃນ ແລະ ພາຍນອກ ພາຍໃນຄືຈິດໃຈຂັນ 5 ພາຍນອກຄືເຂົ້າຕອກດອກໄມ້ທູບທຽນ ຝຸູງຂ້າທັງຫລາຍຈັດແຕ່ງມາລຽນໄວ້ເຊິ່ງຫນ້າແລ້ວອະທິຖານໃຫ້ເປັນ 5 ໂກຖາກ ປະຖົມໂກຖາກ ຖ້ວນໜຶ່ງພວກຂ້ານ້ອຍທັງຫລາຍຂໍຖວາຍບູຊາ ແກ່ພຣະສັບພັນຍູເຈົ້າຕົນເປົນເຂົ້າໂຜດສັດເນື່ອງນອງ, ໂກຖາກອັນຖ້ວນ 2 ຂໍຖວາຍສົມມາບູຊາ ພຣະວະນະໂລກຸດຕະຣະທັມເຈົ້າເກົ້າດວງງາມ, ໂກຖາກອັນຖ້ວນ 3 ຂໍຖວາຍສົມາບູຊາແກ່ພຣະອະຣິຍະສົງຄ໌ ທະລົງສິນອັນຖ້ວນຖີີ່, ໂກຖາກອັນຸ້ວນ 4 ຂໍຖວາຍບູຊາສົມມາແກ່ພຣະສະຖູບຣູປພຣະພຸດທະເຈົ້າ ແລະ ເຈດີຍ໌ ທັງພຣະສີມະຫາໂພດອັນຢູ່ໃນໝື່ນໂຍດຊົມພູ ດູຕະການງາມໃນມະນຸດແຫລ່ງຫລ້າ, ໂກຖາກອັນຖ້ວນ 5 ຂໍຖວາຍສົມມາແກ່ເທພະບຸດເທພະດາ ພະຍາອິນ ພະຍາພຣົມ ພະຍາຍົມມະບາລ ທ້າວຈະຕຸໂລກະບາລທັງ 4 ນາງນາດນ້ອຍເມກຂະລາ ນາງທໍຣະນີອິສຸນເປັນເຄົ້າອັນເປັນເຈົ້າພຣະສຸທາ ຝູງຂ້າທັງຫລາຍບໍອາດຈັກນັບຈັກຂະນານາລຳດັບຕໍ່ລຽນກັນມາຍັງໂທດ ອັນເປັນເຄົ້າຕາບຕໍ່ເທົ້າບັດນີ້ກໍດີ ໂທດອັນເກີດຈາກກາຍ ວະຈີ  ມະໂນທວານວິຖີຈິດໃຈ ຫລອນວ່າໄດ້ຫລົງໄຫລພັ້ງພາດບໍສລາດ ອາດວ່າແມ່ນຄອງທັມ ຄິດວ່າບໍເປັນກຳ ແລະ ໂທດ ຫລອນວ່າໄດປາກໂພດ ແລະ ກ່າວວ່າຈາ ໄດ້ຄະຣະຫະຕິຕຽນພຣະພຸດທະຣູປເຈົ້າວ່າບໍ່ງາມ ອົງຄ໌ຣາມນັ້ນຍັງສູງຈັກນ່ອຍ ອົງຄ໌ນ້ອຍນັ້ນຍັງຕ່ຳພໍປະມານ ອົງຄ໌ກາງນັິ້ນໜາບໍ່ຊ້ອຍໂຊດ ອົງຄ໌ໃຫຍ່ນັ້ນໜາໂພດບໍ່ສະເໝີກັນ  ຫລອນວ່າໄດ້ຕິດພຣະຈອມທັນວ່າມີສີອັນເສົ້າ ຂໍແກ່ພຣະພຸດທະເຈົ້າໂຜດກະຣູນາຢ່າໃຫ້ເປັນໂທສາໂທດຕ້ອງ ເປັນບາບຂ້ອງຢູ່ໃນວັດຕະສົງສານ.

    ປະການໜຶ່ງ  ຝູງຂ້າທັງຫລາຍໄດ້ຕົກແຕ່ງຍັງທານ ມີ່ເຄື່ອງຫວານ ແລະ ເຄື່ອງສົ້ມ ມີເຄື່ອງຕົ້ມ ແລະ ເຄື່ອງແກງ ຫລອນວ່າມີດຳແດງຕົກໃສ່ ເປັນຝຸ່ນໄງ່ປີວໄປເປັນຂອງສຸດວິໄສບໍຮູ້ເມື່່ອ ຄິດວ່າເຊື່ອໃຈແລ້ວແລະນຳມາ ຖວາຍບູຊາເຄນແຈກແກ່ພຣະແກ້ວເຈົ້າທັງສາມ ໃນອາຣາມຂ່ວງເຂດຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວບໍຣະບວນ.

     ບັດທັດນີ້  ຝູງຂ້າທັງຫລາຍ ແລະ ເດັກນ້ອຍນິຣະຫ້ອຍແລ່ນນຳມາ ນຳລຸງຕາ ແລະ ພໍ່ແມ່ເຂົາ ຢູ່ແຕ່ຫລີ້ນ ແລະ ຍິນດີ  ບາງພ່ອງຕີຫິງຄີ ແລະ ສັບຂ່າງ ບາງພ່ອງຍ່າງໄປມາຕາມພາສາເດັກນ້ອຍ ບາງພ່ອງໄຫ້ອິ່ນອ້ອຍຢາກກິນນົມ ບາງພ່ອງຢຽບເຂົ້າຕົ້ມເຂົ້າຂ່ວງເຂດ ບາງພ່ອງປິດພວງເພດຜະລາ ບາງພ່ອງປິດອຳພາມີ້ມ່ວງ ບາງພ່ອງແລ່ນເຕັ້ນຂວ່າງຢອກໄຍກັນໂຣທັນຕາຮ້ອງໄຫ້  ໄດ້ໄມ້ຄ້ອນແລ້ວໄລຕີກັນ ເປັນອັນນັນພົ້ນທີ່ບໍ່ງຽບງີ່ ເມື່ອຟັງທັມເປັນຂອງບໍ່ຢຳ ແລະ ປະມາດຫລອນວ່າໄດ້ນັ່ງສາດ ແລະ ໜັງຮ່ວມໄດ້ຕ່າວຫຼັງ ແລະ ຈ່າວຂ້າງ ຫລອນວ່າໄດ້່ປ່ອຍຊ້າງມ້າ ແລະ ງົວຄວາຍ ເຂົ້າມາໃນອາຣາມຂ່ວງເຂດ ຂໍແກ່ເຈົ້າກູຕົນວິເສດ ຈົ່ງອະນຸຍາໂຕຍ່າໄດ້ໂທໂສໂທດຕ້ອງເປັນບາປຂ້ອງ ນຳມາສຸດວິໄສ ເມື່ອຈັກມໍຣະນາດ ຄັນວ່າຄະຄາດແລ້ວ ຂໍໃຫ້ໄດ້ເມື່ອເມືອງແກ້ວຊື່ວ່ານີຣະພານ.

     ປະການໜຶ່ງ ຝູງຂ້າທັງຫລາຍ ທັງຍິງຊາຍ ແລະ ພໍ່ແມ່ເຖົ້າແກ່ ແລະ ລຸງຕາພ້ອມກັນມາໃນຂ່ວງເຂດ ເຫດຢາກໄດ້ຄອງເມື່ຶອເມືອງຟ້າ ແລະ ນິຣະພານ ຫລອນວ່າຢູ່ເຫິງນານໜັກເໜື່ອຍ ໄດ້ິຢຽດເ ໝື່ອຍແຂ່ງຂາທ່ຽວໄປມາ ແລະກ່າວເວົ້າ ຍາມເມື່ອພຣະສັງຄະເຈົ້າເທສນາບໍ່ຈຳນຳເອົາຫູຕໍ ບາງພ່ອງຄິຮອດບ້ານ ແລະ ເຮືອນ ໃຈບິດເບືອນຄົ່ວໜີເມື່ອບ້ານ ຂີ້ຄ້ານແລ້ວບໍຄືນມາເມືອນອນດອມພະຣິຍາ ແລະ ລູກເຕົ້າ ຫລອນວ່າໄດ້ກິນເຫລົ້າແລະສຸຣາ ມົວເມົາຕາຄິດວ່າແມ່ນຂອງຊື່ນຕັກຍືນແຈກຢາຍກັນ ຍາມເມື່ອວັນເມື່ອເຊົ້າ ລາງເທື່ອອາຍກິນເທົ້າ ພຣະສັງຄະເຈົ້າຮຕົນທະຣົງທັມ ຈົ່ງນຳເອົາມາຍັງໂທດຝູງຂ້າທັງຫລາຍມາຕັ້ງໄວ້ຊ້ອງໜ້າແລ້ວ ຈົ່ງໃຫ້ເປັນອະໂຫສິກັມເສັຍຊຶ່ງໂທດ ຢ່າໄດ້ເປັນສັກຄະນິວາຣະນະມັກຄະ ນິວາຣະນະທັມກັມອັນຫ້າມເມື່ອເມືອງຟ້າ ແລະ ນິຣະພານ ກໍຂ້າເທີ້ນ ຈັດຕາໂຣທັມມາ ອັນວ່າທັມທັງສີປະການຄື ອາຍຸ ວັນນະ ສຸຂະ ພະລະ ຈົ່ງປະວັດຕະນາຖາວອນ ໃນຂັນທະສັນດານ ແຫ່ງຝູງຂ້າທັງຫລາຍ ທຸກຕົນທຸກຄົນແດ່ກໍຂ້າເທີ້ນ ນິບພານະປັດຈະໂຍໂຫຕຸ.

    ວ່າຈົບແລ້ວ ນຳຂັນຄາຣະວະໄປເຄນພຣະປະທານສົງຄ໌ ຈາກນັ້ນກໍກັບມານັ່ງລົງ ພຣະປະທານສົງຄ໌ເມື່ອໄດ້ຮັບຂັນຄາຣະວະ ແລ້ວສັ່ງໃຫ້ຍາຕິໂຍມໝອບລົງ ແລ້ວສູຕຣ໌ອົງຄ໌ດຽວ ວ່າ: ກາຍະກັມມັງ ວາຈີກັມມັງ ມະໂນກັມມັງ ສັບພະປາປັງ ວິນັດສະຕຸ ຍັສສະກັມມັງ ກະຕັງ ປາປັງ ກຸສະເລນະ ປະຫິຍຍະຕິ ໂສມັງ ໂລກັງ ປະພາເສຕິ ອັພພາມຸດໂຕ ວະຈັນທິມາ. ແລ້ວສັ່ງໃຫ້ທຸກຄົນເງີຍໜ້າຂື້ນນັ່ງຢ່າງປົກກະຕິ ຕຽມຢາດນ້ຳ ແລ້ວພຣະສົງຄ໌ໃຫ້ພອນ ຕອນວ່າ ຍະຖາ ວາຣິວະຫາ ຈົນຮອດ ມະນິໂຊຕິ ຣະໂສຍະຖາ. ໃຫ້ຢຸດຢາດນ້ຳ ພໍອົງຄ໌ທີສອງຮັບວ່າ ສັພພີ ກໍໃຫ້ວາງຂັນນ້ຳ ນົບມືຮັບພອນ. (ຈົບພິທີ).

ຄຳຄາຣະວະຢ່າງຍໍ້:

ຖ້າບໍ່ຕ້ອງການວ່າພິສະດານກໍໄດ້  ໂດຍຍໍ້ວ່າ:

ໂຍ ໂທໂສ ໂມຫະຈິຕເຕນະ ພຸດທັດສະມິງ (ທັມມັດສະມິງ ສັງຄັດສະມິງ)

ປະກະໂຕ ມະຍາ ຂະມະຖະ ເມ ສັບພັງ ໂທສັງ ສັບພະປາປັງ ວິນັດສະຕຸ.

(ວ່າ 3 ເທື່ອ)

ກໍມີຄວາມໝາຍກວ້າງເໝື່ອນກັນວ່າຈົບແລ້ວ ນຳເຄື່ອງສັກກາຣະ ໄປຖວາຍພຣະສົງຄ໌ຈະໃຫ້ພອນຈົບແລ້ວ ຕໍ່ນັ້ນພຣະສົງຄ໌ຈະສູດຊະຍັນໂຕ ພຣະເຖຣະຊິດນ້ຳພຸດທະມົນຕ໌ຈົບແລ້ວ ຍາຕິໂຍມຈະແບ່ງເອົາຝ້າຍມຸງຄຸນຄາຖາ ແລະ ນ້ຳມົນຕ໌ໄປຕົບຫົວລູກຫລານ ບ້ານ ເພື່ອໃຫ້ຢູ່ສຸຂະສະບາຍດີ ຕລອດໄປກາລະນານ.

   ໝາຍເຫຕຸ: ກ່ຽວກັບບຸນພະເວດນີ້ ມີຂໍ້ທີ່ຫນ້າສັງເກດຫລາຍຢ່າງ ຄື ຜູ້ເທສນ໌ ຜູ້ຟັງ ແລະ ຜູ້ແຫ່ກັນ. ຜູ້ເທສນ໌ກ່ອນຈະມາເທສນ໌ໃຫ້ຖືກຊ້ອມໜັງສື ຫັດທຳນອງໃຫ້ຖືກຕ້ອງ ໜັງສືເທສນ໌ໃຫ້ຫາຄຳພີໃສ່ ແບກໃສ່ບ່າຂວາຍ່າງອອກໜ້າກ່ອນຍ່າງຂື້ນທັມມາດໃຫ້ຂາບພຣະພຸດທະຮູບ ແລະ ພຣະເຖຣະກ່ອນ ຖືຄຳພີດ້ວຍມືຂວາ ຍົກຂື້ນພຽງໜ້າເອິກນັ່ງຕອບໝອບເທິງທັມມາດຕັ້ງຕົວໃຫ້ທ່ຽງຕົງ ຢ່ານັ່ງຕັງເອົາມືຄ້ຳຄາງ ຜູ້ຟັງເທສນ໌ກໍໃຫ້ຕັ້ງໃຈຟັງຢ່າໄດ້ລົມກັນ ໃຫ້ຟັງເອົາຄວາມຮູ້ ຮູ້ແລ້ວໃຫ້ປະພຶດຕາມ ຜູ້ແຫ່ກັນເມື່ອແຫ່ເຂົ້າເຖິງບໍຣິເວນວັດແລ້ວ ໃຫ້ຢຸດຕີຄ້ອງກອງພຽງແຕ່ແຫ່ວຽນອ້ອມສາລາໂຮງທັມ ແລ້ວເອົາກັນເທສນ໌ໄປຕັ້ງໄວ້ຄອຍຖວາຍພຣະພິກຂຸອົງຄ໌ເທສນ໌ ການແຫ່ຢ່າງອຶກກະທຶກຄຶກໂຄມເໝືອນກັບຟ້ອນລຳວົງ ເຖິງແມ່ນຈະເປັນການສະນຸກມ່ວນຊື່ນ ກໍຈະເປັນບາບກັມ ເປັນການດູມິ່ນຢຽດຢາມຂອງຄົນຜູ້ຮູ້ຫລາຍນັກປຣາດ ຫລື ຄົນຕ່າງຊາຕິ ຕ່າງສາສນາ ຈຶ່ງຕ້ອງມີຈິດສຳນຶກຕຶກຕອງຣະມັດຣະວັງເຣື່ອງນີ້ໃຫ້ໜັກແໜ້ນ ເພື່ອເປັນກຸສົລຜົລບຸນຕໍ່ ໄປພາຍໜ້າ.

ຮຽບຮຽງ: ທອງສະຫວັດ ເພັດທະວົງສາ

ຊ່ອງທາງຕິດຕາມ: