ນາງສັງຂານ ປີ 2561
ນາງສັງຂານມີນາມວ່າ “ ນາງມະໂຫທະຣະເທວີ “ ຊົງພາຫຸຣັດ ທັດດອກສາມຫາວ(ຜັກຕົບ) ອາພອນແກ້ວນິລຣັຕນ໌
ພັກສາຫານຊີ້ນກວາງ ພະຫັດຂວາ ຖືກົງຈັກ ພະຫັດຊ້າຍ ຖືຕຣີສູນ(ຫອກສາມງ່າ) ສະເດັດຢືນຫຼັງມະຍຸຣາ (ນົກຍູງ) ເປັນພາຫະນະ
- ຄຳທຳນາຍ: ຖ້າວັນເສົາເປັນວັນສົງການ(ປີໃຫມ່ລາວ) ໂຈນຜູ້ຮ້າຍຈະດັກຊຸມ ຈະເກີດການເຈັບໄຂ້ຮ້າຍແຮງ ຖ້າວັນເສົາເປັນວັນເນົາ ເຂົ້າປາຈະແພງ ເຂົ້າຈະໄດ້ນ້ອຍ ໝາກໄມ້ຈະແພງ ນ້ຳນ້ອຍ ຈະເກີດໄຟກາງເມືອງ ຂຸນນາງຈະຕ້ອງໂທດ ຖ້າວັນເສົາເປັນວັນຖະເລີງສົກ ບັນດາທະຫານທັງປວງຈະມີໄຊຊະນະແກ່ຂ້າເສີກສັດຕູ
- ຢ່າງໃດກໍ່ຕາມ ຍັງມີຄຳທຳນາຍນາງສັງຂານ ທີ່ທຳນາຍຕາມຄວາມເຊື່ອກ່ຽວກັບອິຣິຍະບົດຂອງນາງສັງຂານ ດັ່ງນີ້:
- ຖ້ານາງສັງຂານ ຢືນມາ ຈະເກີດຄວາມເດືອດຮ້ອນເຈັບໄຂ້ໄດ້ປ່ວຍ
- ຖ້ານາງສັງຂານ ນັ່ງມາ ຈະເກີດຄວາມເຈັບໄຂ້ ຜູ້ຄົນລົ້ມຕາຍແລະເກີດເຫດເພດໄພຕ່າງໆ
- ຖ້ານາງສັງຂານ ນອນມືນຕາມາ ປະຊາຊົນຈະຢູ່ເຢັນເປັນສຸຂ
- ຖ້ານາງສັງຂານ ນອນຫຼັບຕາມາ ຜູ້ນຳພັກລັດຈະຈະເລີນຮຸ່ງເຮືອງດີ
- ວັນທີ 16 ເມສາ ເວລາ 12 ໂມງ 59 ນາທີ 24 ວິນາທີ ເປັນວັນປ່ຽນຈຸລະສັກກະຣາຊໃຫມ່ ເປັນ 1380
- ປີນີ້ວັນສຸກ ເປັນທຸງໄຊ ວັນສຸກເປັນອະທິບໍດີ ວັນພະຫັດ ເປັນອຸບາດ ວັນອາທິດ ເປັນໂລກາວິນາດ ວັນພຸດ ເປັນອະທິບໍດີ
- ບັນດານໃຫ້ຕົກຝົນຕົກ 600 ຫ່າ
- ຕົກໃນມະນຸດສະໂລກ 60 ຫ່າ
- ຕົກໃນມະຫາສະໝຸດ 120 ຫ່າ
- ຕົກໃນປ່າຫິມະພານ 180 ຫ່າ
- ຕົກໃນຂອບຈັກກະວານ 240 ຫ່າ
- ນາກຫຼີ້ນນ້ຳ 5 ໂຕ.
- ເກນທັນຍາຫານ ໄດ້ເສດ 6 ຊື່ ລາພະ ເຂົ້າກ້າໃນນາຈະໄດ້ຜົນ 9 ສ່ວນ ເສຍ 1 ສ່ວນ ທັນຍາຫານ ຜະລາຫານ ມັຈສາ ມັງສາຫານ ຈະບໍລິບູນ ເກນທາຣາທິຄຸນ ຕົກຣາສີ ເຕໂຊ(ໄຟ) ນ້ຳນ້ອຍ
- ເຊິ່ງວັນສົງການ(ປີໃຫມ່ລາວ) ປີນີ້ ກົງກັບວັນເສົາ ທີ 14 ເມສາ ແຮມ 14 ຄ່ຳ ເດືອນ 5 ປີຈໍ ເວລາ 08 ໂມງ 56 ນາທີ 57 ວິນາທີ ປີຈໍ (ແມງກະເບື້ອຜູ້ຍິງ ທາດດິນ)
- ສັມລິດສົກ ຈຸລະສັກກະຣາຊ 1380 ທາງຈັນທະຣະຄະຕິເປັນອະທິກະມາດ ທາງສຸຣິຍະຄະຕິເປັນປົກກະຕິສຸຣະທິນ.